ຄໍາອວຍພອນປີໃໝ່ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


28 ธันวาคม 2562

ຄໍາອວຍພອນປີໃໝ່





1.      Greetings of the New Year. Wishing you all success in the next
ສະບາຍດີປີໃໝ່ ຂໍພອນໃຫ້ທ່ານຈົ່ງປະສົບຄວາມສໍາເລັດໃນທຸກໆ ສິ່ງໃນປີໃໝ່ນີ້

2.      A toast to the New Year. May all your resolutions become completed projects
ດື່ມອວຍພອນສະຫຼອງປີໃໝ່ ອວຍພອນໃຫ້ສິ່ງທີ່ທ່ານຕັ້ງໃຈໄວ້ຈົ່ງສົມຫວັງ

3.      We wish you a holiday season that is filled with wonder and delight!
ເຮົາຂໍອວຍພອນໃຫ້ເທດສະການວັນຫຍຸດຂອງເຈົ້າເຕີມເຕັມໄປດ້ວຍສິ່ງມະຫັດສະຈັນ ແລະ ຄວາມເບີກບານໃຈ

4.      May the joy and happiness around you today and always.
ຂໍໃຫ້ຄວາມສຸກສົດໃສທັງປວງຈົ່ງຢູ່ຮອບກາຍທ່ານ ທັງໃນວັນນີ້ ແລະ ຕະຫຼອດໄປ

5.      Good luck and great success in the coming New Year
ຂໍໃຫ້ໂຊກຈົ່ງເປັນຂອງທ່ານ ແລະ ຂໍໃຫ້ປະສົບຄວາມສໍາເລັດໃນປີທີ່ກໍາລັງຈະມາເຖິງນີ້

6.      Sorry we aren’t celebrating the New Year together, but family is always connected even when far away
ຂໍໂທດເດີ ທີ່ເຮົາຈະບໍ່ໄດ້ສະເຫຼີມສະຫຼອງດ້ວຍກັນໃນປີໃໝ່ນີ້ ແຕ່ຄວາມເປັນຄອບຄົວນັ້ນກໍຍັງເປັນຢູ່ສະເໝີ ເຖິງແມ່ນວ່າເຮົາຈະຫ່າງໄກກັນ

7.      I wish you happiness in the year to come
ຂໍອວຍພອນໃຫ້ມີແຕ່ຄວາມສຸກໄຫຼມາເທມາໃນປີໃໝ່ນີ້

8.      To all of my friends, may you have a healthy, happy, prosperous and spectacular New Year!
ເຖິງເພື່ອນຂອງຂ້ອຍທຸກຄົນ ຂໍໃຫ້ພວກເຈົ້າມີສຸຂະພາບທີ່ແຂງແຮງ ມີຄວາມສຸກ ປະສົບຄວາມສໍາເລັດ ແລະ ມີຊີວິດທີ່ງົດງາມໃນປີໃໝ່ນີ້ດ້ວຍ

9.      May New Year fill up days with all things that are nice and bright. Here is wishing you a lovely 2020
ຂໍໃຫ້ປີໃໝ່ເຕັມໄປດ້ວຍສິ່ງດີໆ ແລະ ສົດໃສທຸກວັນ ຂໍໃຫ້ປີ 2020 ເປັນປີທີ່ດີສໍາລັບເຈົ້າ

10.  Happy New Year dear friend. Don’t forget the past, learn from it and go out strong for your dreams and future. My best wishes are with you
ສະບາຍດີປີໃໝ່ເດີເພື່ອນເຮັກ ຢ່າໄດ້ລືມວັນເກົ່າກ່ອນ ຈົ່ງຮຽນຮູ້ຈາກອະດີດ ແລະ ຍ່າງໄປຂ້າງໜ້າຢ່າງແຂງແກ່ນ ເພື່ອຄວາມຝັນ ແລະ ອະນາຄົດຂອງຕົວຂອງເຈົ້າເອງ ດ້ວຍຄວາມປາດຖະໜາດີຂອງຂ້ອຍ ສົ່ງໃຫ້ກັບເຈົ້າ


ຄົນຮັບສຸກໃຈ ຄົນສົ່ງແຮບປີ້ກັບ “10 ຄໍາອວຍພອນປີໃໝ່ພາສາອັງກິດ - ລາວ ສະບາຍດີປີໃໝ່ 2563” ອວຍພອນຄົນທີ່ເຮົາຮັກແລ້ວ ກໍຢ່າລືມຂໍອວຍພອນໃຫ້ຕົວເອງກັນເດີ ສໍາລັບວັນປີໃໝ່ປີ 2563 ນີ້ ເຮົາຖືໂອກາດອວຍພອນໝູ່ເພື່ອນ ຊາວ Yarkhu ທຸກຄົນ ຂໍໃຫ້ມີຄວາມສຸກສົມຫວັງດັ່ງຄວາມປາດຖະໜາ ທຸກສິ່ງທຸກປະການ ສຸຂະພາບຮ່ງກາຍແຂງແຮງ ເດີນທາງໄປທ່ຽວທີ່ໃດຂໍໃຫ້ຄ່ອງແຄ້ວປອດໄພ ທຸກຄົນ ທຸກທ່ານ ຕະຫຼອດໄປ ສາທຸ 🙏🙏🙏

ຈາກ: B2C

ไม่มีความคิดเห็น:

แสดงความคิดเห็น