ຄຸນສົມບັດຂອງຄອມພິວເຕີ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


13 มกราคม 2563

ຄຸນສົມບັດຂອງຄອມພິວເຕີ


ຄຸນສົມບັດຂອງຄອມພິວເຕີ (Computer properties)
ຄອມພິວເຕີມີຄຸນສົມບັດທີ່ສໍາຄັນຢູ່ 5 ຢ່າງດັ່ງນີ້:




1.  ການທໍາງານດ້ວຍລະບົບເອເລັກໂຕນິກ (Electronic machine)
   ການຈັດເກັບຂໍ້ມູນທີ່ບັນທຶກຜ່ານທາງແປ້ນພິມ ຫຼື ອຸປະກອນອື່ນໆ ຂໍ້ມູນເຫຼົ່ານີ້ຈະຖືກແປງໃຫ້ເປັນສັນຍານໄຟຟ້າ ເພື່ອໃຫ້ຄອມພິວເຕີເຂົ້າໃຈ ແລະ ສາມາດປະມວນຜົນໄດ້ ແລະ ເມື່ອຄອມພິວເຕີປະມວນຜົນສໍາເລັດແລ້ວ ຂໍ້ມູນທີ່ເປັນສັນຍານໄຟຟ້າຈະຖືກແປງກັບໃຫ້ເປັນຮູບແບບທີ່ມະນຸດສາມາດເຂົ້າໃຈໄດ້

2.  ການທໍາງານດ້ວຍຄວາມໄວສູງ (Speed)
   ເນື່ອງຈາກການທໍາງານຂອງຄອມພິວເຕີເປັນລະບົບເອເລັກໂຕນິກ ດັ່ງນັ້ນການດໍາເນີນງານຕ່າງໆ ຈຶ່ງສາມາດກະທໍາໄດ້ຢ່າງວ່ອງໄວ (ຫຼາຍກວ່າພັນລ້ານຄໍາສັ່ງໃນໜຶ່ງວິນາທີ)

3.  ຄວາມຖືກຕ້ອງແມ່ນຢໍາເຊື່ອຖືໄດ້ (Accuracy and Reliability)  
   ຄອມພິວເຕີຈະທໍາງານຕາມທີ່ຄໍາສັ່ງທີ່ມະນຸດຂຽນໂປຣແກຣມ ຫຼື ຄໍາສັ່ງໄວ້ ຖ້າຜູ້ໃຊ້ປ້ອນຂໍ້ມູນ ຫຼື ຊຸດຄໍາສັ່ງມີຄວາມຖືກຕ້ອງ ຜົນລັບທີ່ໄດ້ຈາກການປະມວນຜົນກໍຈະມີຄວາມຖືກຕ້ອງເຊື່ອຖືໄດ້

4.  ການເກັບຂໍ້ມູນໄດ້ໃນຈໍານວນຫຼາຍ (Storage)
   ໜ່ວຍຄວາມຈໍາທີ່ເຮັດໜ້າທີ່ຈັດເກັບຂໍ້ມູນທີ່ບັນທຶກໄປ ຄວາມສາມາດໃນການຈັດເກັບຂໍ້ມູນນີ້ຈະຂື້ນຢູ່ກັບຂະໜາດຂອງຄອມພິວເຕີ ເຊັ່ນ: ເຄື່ອງໄມໂຄຣຄອມພິວເຕີໃນປະຈຸບັນ ຈະມີໜ່ວຍຈັດເກັບຂໍ້ມູນສໍາຮອງ ທີ່ສາມາດເກັບຂໍ້ມູນໄດ້ຫຼາຍກວ່າໝື່ນລ້ານຕົວອັກສອນ

5.  ຍ້າຍຂໍ້ມູນຈາກບ່ອນໜຶ່ງໄປຍັງອີກບ່ອນໜຶ່ງໄດ້ຢ່າງວ່ອງໄວ (Move information)
   ໂດຍໃຊ້ການຕິດຕໍ່ສື່ສານຜ່ານລະບົບເຄືອຂ່າຍຄອມພິວເຕີ ເຊິ່ງສາມາດສົ່ງພົດຈະນານຸກົມໜຶ່ງເຫຼັ້ມໃນຮູບແບບຂອງຂໍ້ມູນເອເລັກໂຕນິກ ໄປຍັງເຄື່ອງຄອມພິວເຕີທີ່ຢູ່ໄກໄດ້ໃນເວລາບໍ່ເຖິງໜຶ່ງວິນາທີ ເຮັດໃຫ້ມີການເອີ້ນໃຊ້ເຄືອຂ່າຍຄອມພິວເຕີທີ່ເຊື່ອມກັນທົ່ວໂລກ.


ไม่มีความคิดเห็น:

แสดงความคิดเห็น