Blog ແມ່ນຫຍັງ? - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


12 มกราคม 2563

Blog ແມ່ນຫຍັງ?


Blog ແມ່ນຫຍັງ?


ບລັອກ (ອັງກິດ: blog) ຫຼື ເວັບລັອກ (weblog) ເປັນໜ້າເວັບປະເພດໜຶ່ງ ເຊິ່ງຄໍາວ່າ blog ຫຍໍ້ມາຈາກຄໍາວ່າ: weblog ຫຼື web log ໂດຍຄໍາວ່າ weblog ນັ້ນມາຈາກ web (ເວີດວາຍເວັບ) ແລະ log (ປູມ, ບັນທຶກ) ເມື່ອນໍາຄໍາສອງຄໍາມາລວມກັນ ໝາຍເຖິງ ບັນທຶກເທິງເວີດວາຍເວັບ ນັ້ນເອງ ໃນປະຈຸບັນບລັອກ ຖືກໃຊ້ເປັນເຄື່ອງມືສື່ສານຮູບແບບໃໝ່ ບໍ່ວ່າຈະເປັນການປະກາດຂ່າວສານ ການສະແດງຄວາມຄິດເຫັນ ແລະ ເຜີຍແຜ່ຜົນງານອື່ນໆ ແລະ ກໍາລັງເປັນທີ່ນິຍົມຂື້ນເລື້ອຍໆ ໂດຍຂະນະນີ້ໄດ້ມີຜູ້ໃຫ້ບໍລິການບລັອກຫຼາກຫຼາຍ ທັງແບບໃຫ້ຟຣີ ແລະ ເສຍຄ່າໃຊ້ຈ່າຍ ໂດຍຜູ້ທີ່ຂຽນບລັອກເປັນອາຊີບ ຈະຖືກເອີ້ນວ່າ: “ບລັອກເກີຣ໌” (Blogger)
      ສະຫຼຸບງ່າຍໆ Blog ກໍຄື Website ຮູບແບບໜຶ່ງ ທີ່ມີການຈັດຮຽງ “ເລື່ອງ” ຫຼື Post ຮຽງລໍາດັບ ໂດຍເລື່ອງໃໝ່ ຈະຢູ່ເທິງສຸດ ສ່ວນເລື່ອງເກົ່າສຸດກໍຈະຢູ່ລຸ່ມສຸດ
Blog ອາດຈະພັດທະນາຂື້ນມາອີກຊັ້ນຂອງໄດອາຣີ່ online ກໍເປັນໄດ້ ໂດຍ Blog ຈະເລື່ອງກ່ຽວກັບອັນໃດກໍ່ໄດ້ບໍຈໍາກັດ ເຊິ່ງໄດອາຣີ່ ກໍຖືວ່າເປັນ blog ໃນຮູບແບບໜຶ່ງ
Blog ສ່ວນໃຫຍ່ມັກຈະຂຽນໂດຍຄົນພຽງຄົນດຽວ ແຕ່ກໍມີບໍ່ນ້ອຍທີ່ຂຽນເປັນກຸ່ມ ໂດຍອາດຈະມີເລື່ອງດຽວ ຫຼື ຫຼາຍເລື່ອງ ເຊິ່ງສ່ວນໃຫຍ່ເລື່ອງທີ່ຂຽນຂື້ນມານັ້ນ ຈະຖືກເກັບລວບລວມເປັນ Archives ມັກຈະເກັບໄວ້ ໂດຍມັກຈະຂຽນເປັນ Link ໃນຮູບແບບ ວັນ/ເດືອນ/ປີ ເພື່ອໃຫ້ເຮົາສາມາດຄຣິກເຂົ້າໄປເບິ່ງໄດ້ ກໍບໍ່ຕ້ອງຕົກໃຈວ່າທີ່ ໜ້າທໍາອິດຂອງ Blog ບາງຄັ້ງກໍມີເລື່ອງສະແດງພຽງ 10 ເລື່ອງກໍໝົດແລ້ວ ເພາະບາງທີກໍມີຢູ່ໃນ Archives ອາດມີເລື່ອງຢູ່ໃນນັ້ນອີກເປັນຮ້ອຍໆ ໂດຍທີ່ເຮົາຕ້ອງເຂົ້າໄປເບິ່ງ Blog ມັກຈະຄວບຄູ່ກັບລະບົບ Comment ທີ່ເປີດໂອກາດໃຫ້ຄົນອ່ານ ສາມາດ Comment ຂໍ້ຄວາມຕໍ່ທ້າຍໃນເລື່ອງທີ່ເຮົາ post ໄດ້ ຄ້າຍຄືຮູບແບບຂອງ Web board ບໍ່ວ່າຈະເປັນການຕິຊົມ ສະແດງຄວາມຄິດເຫັນເພີ່ມເຕີມ ຫຼື ບອກແຫຼ່ງຂໍ້ມູນໃໝ່ໆ ຫຼື ອາດຈະພຽງທັກທາຍເຈົ້າຂອງບລັອກກໍເປັນໄດ້
Blog ອາດຈະມີບໍລິການທັງເປັນແບບເສຍເງີນ ແລະ ບໍ່ເສຍເງີນ ເຊິ່ງຂື້ນຢູ່ກັບຮູບແບບຂອງການໃຫ້ບໍລິການ ເຊິ່ງມັກຈະຕິດຕັ້ງ Tool ໃຫ້ເຮົາສາມາດໃຊ້ງານໄດ້ງ່າຍໆ ໂດຍທີ່ບໍ່ຕ້ອງມີຄວາມຮູ້ດານຄອມພິວເຕີຫຼາຍປານໃດກໍໄດ້ ໂດຍສ່ວນໃຫຍ່ແລ້ວ Blog ຫຼາຍໆ ທີ່ມັກຈະໃຫ້ຂໍ້ມູນທີ່ເປັນປະໂຫຍດ ເນື່ອງຈາກເຈົ້າຂອງບລັອກ ມັກຈະນໍາຂໍ້ມູນທີ່ຕົວເອົງຮູ້ ຫຼື ປະສົບການມາຖ່າຍທອດ ໂດຍຄ່ອນຂ້າງເປັນກັນເອງ.

ไม่มีความคิดเห็น:

แสดงความคิดเห็น