Blog ໃຊ້ເຮັດຫຍັງໄດ້ແດ່? - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


12 มกราคม 2563

Blog ໃຊ້ເຮັດຫຍັງໄດ້ແດ່?

Blog ໃຊ້ເຮັດຫຍັງໄດ້ແດ່?


-      - ສ້າງ Blog ເປັນເວັບໄຊສ່ວນຕົວ ເພື່ອແຊຣ໌ຂໍ້ມູນສ່ວນຕົວໃຫ້ກັບຜູ້ອື່ນ ເຊັ່ນ: ບັນທຶກໄດອາຣີ່
-      - ຂຽນ Blog ເພື່ອບອກເລົ່າເລື່ອງລາວຕ່າງໆ ນໍາສະເໜີສິ່ງທີ່ຕົນຮູ້ ຫຼື ສິ່ງທີ່ຕົນເອງສົນໃຈ  ເພື່ອແບ່ງປັນໃຫ້ກັບຜູ້ອື່ນ
-      - ສ້າງ Blog ເຮັດເປັນເວັບໄຊເພື່ອໃຊໃນການໂປຣໂມດທຸລະກິດ ຮ້ານຄ້າ ບໍລິການຕ່າງໆ
-      - ໃຊ້ Blog ໃນການເຮັດທຸລະກິດຂາຍສິນຄ້າອອນໄລນ໌ (E-Commerce)
-             ນອກຈາກນີ້ Blog ຍັງເປັນຊ່ອງທາງໜຶ່ງທີ່ນິຍົມໃຊ້ກັບເພື່ອຫາລາຍໄດ້ຈາກ Internet Marketing
-     
Blog ກັບ Website ຕ່າງກັນແນວໃດ?

-       - ເວັບໄຊທົ່ວໆ ໄປນັ້ນ ຈໍາເປັນຕ້ອງມີ Server, ມີ Host ມີ Domain Name ເປັນຂອງຕົນເອງ ເຊິ່ງຈໍາເປັນຕ້ອງເສຍຄ່າໃຊ້ຈ່າຍ ແຕ່ໃນສ່ວນຂອງບລັອກນັ້ນ ສາມາດສະໝັກໃຊ້ບໍລິການແບບຟຣີ ພຽງແຕ່ເຮົາຕ້ອງໃຊ້ຊື່ Domain ຂອງຜູ້ໃຫ້ບໍລິການນັ້ນໆ ເຊັ່ນຂອງ Google ຄື Blogger.com - ໂດເມນເນມ “ຊຶ່ blog ຂອງເຮົາ” ຕໍ່ທ້າຍດ້ວຍ “blogspot.com” ຕົວຢ່າງ: yarkhu.blogspot.com ເປັນຕົ້ນ.
-      - ເວັບໄຊທົ່ວໄປຈະມີຄວາມຢືດຫຍຸ່ນສູງໃນການອອກແບບດີໄຊ ເພາະເຮົາຕ້ອງສ້າງເອງທັງໝົດ (ດັ່ງນັ້ນຈະເລືອກດີໄຊຢ່າງໃດກໍ່ໄດ້) ແຕ່ Blog ຈະມີການດີໄຊໃນຮູບແບບສະເພາະ ເອີ້ນວ່າ Blog Template ເຊິ່ງມີໃຫ້ເລືອກໄດ້ຫຼາຍແບບ ແຕ່ຍັງມີຮູບແບບລັກສະນະໂຄງສ້າງທີ່ຄ່ອນຂ້າງຕາຍຕົວ ເຊິ່ງບໍ່ສາມາດທີ່ຈະປັບປ່ຽນໄດ້ຕາມໃຈມັກແບບເວັບໄຊໄດ້
-       - ການສ້າງເວັບໄຊ ຈໍາເປັນຕ້ອງມີທັກສະຄວາມຮູ້ດ້ານຄອມພິວເຕີຫຼາຍພໍສົມຄວນ ໂດຍສະເພາະພາສາຄອມພິວເຕີ, ໂປຣແກຣມຄອມພິວເຕີຕ່າງໆ ຄວາມຮູ້ເບື້ອງຕົ້ນໃນເລື່ອງຂອງ Network ເປັນຕົ້ນ ແຕ່ Blog ພຽງຮູ້ຫຼັກການໃນການໃຊ້ພຽງເລັກນ້ອຍເທົ່ານັ້ນ ກໍສາມາດສ້າງເວັບໄຊໄດ້ຢ່າງງ່າຍດາຍ.

Blog ກັບ ເວັບໄຊສໍາເລັດຮູບຕ່າງກັນຢ່າງແນວໃດ?

-       - Blog ແລະ ເວັບສໍາເລັດຮູບ (Instant Website) ເປັນເວັບໄຊທີ່ຈັດຢູ່ໃນປະເພດດຽວກັນ ທີ່ເອີ້ນວ່າ ເວັບໄຊໃນຮູບແບບ CMS (Content Management System) ຄື: ຈະເນັ້ນຈັດການເນື້ອໃນ ແລະ ບົດຄວາມ ເປັນຫຼັກ ເຊິ່ງເຮົາບໍ່ຈໍາເປັນຕ້ອງ ມີຄວາມຮູ້ໃນການຂຽນໂປຣແກຣມເລີຍ ກໍສາມາດສ້າງ Blog ຂື້ນໄດ້ໂດຍວິທີການເຈົ້າໃຈໄດ້ບໍ່ຍາກ
-      - ເວັບໄຊສໍາເລັດຮູບ ມີທັງແບບ ເຮົາສ້າງເອງ ຫຼື ໄປຂໍໃຊ້ບໍລິການແບບທີ່ເຂົາສ້າງໃຫ້ສໍາເລັດແລ້ວ ເຊິ່ງໃນທີ່ນີ້ຂ້າພະເຈົ້າຈໍກ່າວພຽງແຕ່ເວັບໄຊສໍາເລັດຮູບເທົ່ານັ້ນ ເພາະຈະໄກ້ຄຽງກັບບໍລິການຂອງ Blog
-      - ເວັບໄຊສໍາເລັດຮູບ ທີ່ນິຍົມ ຈະເປັນໃນຮູບແບບຮ້ານຄ້າອອນໄລນ໌ (Online Shopping, Instant Online Store) ເຊິ່ງຈະມີລະບົບສະໜັບສະໜຸນກັບການເຮັດ E-Commerce ຮອງຮັບໃນຕົວ ເຊັ່ນ: ກະຕ່າສິນຄ້າ, ເວັບບອດ ໃນຂະນະທີ່ Blog ຈະບໍ່ມີ

     ດັ່ງນັ້ນ, ໃນການເປີດຮ້ານຄ້າອອນໄລນ໌ ເວັບໄຊສໍາເລັດຮູບຈະເໝາະສົມສໍາລັບ ຮ້ານທີ່ມີສິນຄ້າຂາຍເປັນຊິ້ນສ່ວນ ເຊິ່ງມີຈໍານວນຫຼາຍພໍໃນລະດັບໜຶ່ງ ໃນຂະນະທີ່ Blog ຈະເໝາະສົມສໍາລັບຮ້ານຄ້າທີ່ມີສິນຄ້າຕັ້ງຂາຍຈໍານວນນ້ອຍ

-       Blog ຈະເໝາະສົມສໍາລັບທຸລະກິດທີ່ເນັ້ນໃຫ້ບໍລິການເປັນຫຼັກ ຫຼື ທຸລະກິດມີຮ້ານຄ້າຢ່າງແທ້ຈິງ ເພື່ອແນະນໍາຮ້ານ ສະຖານທີ່ ທີ່ຕ້ອງຮ້ານ ນໍາສະເໜີ ໂປຣໂມທສິນຄ້າບໍລິການຕ່າງໆ ເປັນຕົ້ນ ໃນຂະນະທີ່ເວັບໄຊສໍາເລັດຮູບແບບຮ້ານຄ້າອອນໄລນ໌ນັ້ນຈະເໝາະສົມສໍາລັບທຸລະກິດທີ່ຂາຍສິນຄ້າເປັນຜະລິດຕະພັນ (Products) ຕ່າງ ຫຼາຍກວ່າ Blog ນັ້ນເອງ.

ไม่มีความคิดเห็น:

แสดงความคิดเห็น