ພຣະສົງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


30 พฤษภาคม 2563

ພຣະສົງ

ພຣະສົງຄ໌




       ພຣະສົງຄ໌ ໝາຍເຖິງ ໝູ່ສາວົກຂອງພຣະພຸດທະເຈົ້າ ຜູ້ເຊິ່ງຟັງຄໍາສັ່ງສອນຂອງພຣະພຸດທະເຈົ້າແລ້ວເຫຼື້ອມໃສສັດທາ ສະລະເຮືອນອອກບວດ ປະຕິບັດ ຕາມພຣະທັມວິນັຍ ທີ່ພຣະສາດສະດາຊົງສັ່ງສອນ ແລະ ກໍານົດໄວ້.
       ພຣະສົງຄ໌ ຈັດເປັນໜຶ່ງໃນພຣະຣັຕຕະນະຕັຍ ເຊິ່ງໄດ້ແກ່ ພຣະພຸດ ພຣະທັມ ແລະ ພຣະສົງຄ໌ ໂດຍພຣະສົງຄ໌ໃນພຣະຣັຕຕະນະຕັຍ ໝາຍເຖິງສະເພາະພຣະອະຣິຍະສົງຄ໌ ຄືບຸກຄົນ ບໍ່ວ່າຄະລືຫັດ ຫຼື ນັກບວດ ແລະ ບໍ່ວ່າມະນຸດ ຫຼື ເທວະດາ ທີ່ປະຕິບັດຈົນໄດ້ບັນລຸມັກຜົນ ແຕ່ໂດຍທົ່ວໄປມັກຈະເຂົ້າໃຈວ່າ ພຣະສົງຄ໌ ຄື ພິກຂຸ ຫຼື ພິກຂຸນີ ຄືມະນຸດທີ່ໄດ້ຟັງຄໍາສັ່ງສອນ ແລ້ວເກີດຄວາມເຫຼື້ອມໃສສັດທາ ຈົນໄດ້ສະລະເຮືອນຊານອອກບວດຕາມພຣະພຸດທະເຈົ້າ ເພາະຕ້ອງການຈະໄດ້ບັນລຸທັມຕາມຄໍາສັ່ງສອນຂອງພຣະພຸດທະເຈົ້າ ຖືເປັນນັກບວດໃນພຣະພຸດທະສາສະນາ ພຣະພິກຂຸປະຕິບັດຕາມສິກຂາບົດ ທີ່ກໍານົດໄວ້ຈໍານວນ 227 ຂໍ້ ສ່ວນພິກຂຸນີຮັກສາສິກຂາບົດ 311 ຂໍ້ ບາງຄັ້ງເອີ້ນວ່າ ສົງຄ໌ ພິກຂຸອົງຄ໌ທໍາອິດໃນພຣະພຸດທະສາສະນາຂອງພຣະໂຄດົມພຣະພຸດທະເຈົ້າ ຄື ພຣະອັນຍາໂກນທັນຍະ.

ຄວາມໝາຍ
        ສົງຄ໌ ໃນພາສາບາລີ ແປວ່າ: ໝູ່ ເຊັ່ນໃນຄໍາວ່າ ພິກຂຸສົງຄ໌ ແປວ່າ: ໝູ່ພິກຂຸ ໃຊ້ໃນຄວາມໝາຍວ່າ ພິກຂຸທັງປວງກໍ່ໄດ້ ເຊັ່ນ: ຈີວອນນີ້ເປັນຂອງສົງຄ໌ ຄວນຈະຈັດເປັນພີທີສົງຄ໌ຖວາຍ
ເມື່ອໃຊ້ຄວບກັບຄໍາວ່າ ພຣະ ເປັນ ພຣະສົງຄ໌ ເຊິ່ງມີຄວາມວ່າພິກຂຸ ເຊັ່ນ: ນິມົນພິກຂຸມາສັນເຂົ້າໃນງານມື້ວານ ມີພຣະສົງຄ໌ມາເປັນຈໍານວນຫຼາຍ ຕາມພຣະວິນັຍ ພິກຂຸຕັ້ງແຕ່ 4 ອົງຄ໌ ຂື້ນໄປ ເອີ້ນວ່າ: ສົງຄ໌ ເຊັ່ນໃນຄໍາວ່າ ສັງຄະກັມ (ກັມທີ່ສົງຄ໌ ຄືພິກຂຸຕັ້ງແຕ່ 4 ຮູບຂື້ນໄປເພິ່ງທໍາລວມກັນ)

ປະເພດຂອງພຣະສົງຄ໌
       ພຣະໄຕຣປີດົກພາສາບາລີໄດ້ກ່າວເຖິງ ພຣະສົງຄ໌ ໄວ້ 2 ປະເພດ ໄດ້ແກ່ ສາວົກສົງຄ໌ ແລະ ພິກຂຸສົງຄ໌

1. ສາວົກສົງຄ໌
        ສາວົກສົງຄ໌ ຫຼື ທີ່ສະໄໝຫຼັງນິຍົມເອີ້ນວ່າ: ອະຣິຍະສົງຄ໌ ຄື ໝູ່ພຣະອະຣິຍະບຸກຄົນ ບໍ່ວ່າເປັນຄະລືຫັດ ຫຼື ບັນພະຊິດ ບໍ່ວ່າເປັນມະນຸດ ຫຼື ເທວະດາ ທີ່ເປັນສາວົກຂອງພຣະພຸດທະເຈົ້າ ໂດຍການບັນລຸມັກຜົນ ອະຣິຍະບຸກຄົນ 4 ປະເພດ ຄື:
ພຣະ ໂສດາບັນ
ພຣະ ສະກະທາຄາມີ
ພຣະ ອະນາຄາມີ
ພຣະ ອະຣະຫັນຕ໌

2. ພິຂຸສົງຄ໌
         ພິກຂຸສົງຄ໌ ຫຼື ສະໄໝຫຼັງນິຍົມເອີ້ນວ່າ: ສົມມຸດຕິສົງຄ໌ ຫຼື ໝູ່ພິກຂຸ ທີ່ໄດ້ຮັບການອຸປະສົມບົດຕາມພຣະພຸດທານຸຍາດ ຈາກພຣະເຖຣະຕັ້ງແຕ່ 4 ອົງຄ໌ຂື້ນໄປເອີ້ນວ່າ: ສົງຄ໌ ເນື່ອງຈາກຄໍາວ່າສົງຄ໌ ແປວ່າ ໝູ່ ຈຶ່ງເອີ້ນໝູ່ພຣະພິກຂຸວ່າ ພິກຂຸສົງຄ໌ ແລະ ໝູ່ພິກຂຸນີວ່າ ພິກຂຸນີສົງຄ໌ ຈັດເປັນ 4 ວັກ ຕາມພຣະພຸດທານຸຍາດໃຫ້ທໍາສັງຄະກິດຕາມພຣະວິນັຍ ຄື ຈະຕຸວັກ 4 ອົງຄ໌ ປັນຈະວັກ 5 ອົງຄ໌ ທະສະວັກ 10 ອົງຄ໌ ວິສະຕິວັກ 20 ອົງຄ໌ ແຕ່ຖ້າພຣະພິກຂຸ 2-3 ອົງຄ໌ ເອີ້ນວ່າ: ຄະນະ (ເນື່ອງຈາກແບ່ງພວກເປັນຝ່າຍລະ 2 ອົງຄ໌) ຖ້າພຣະພິກຂຸຮູບດຽວຈັດເປັນບຸກຄົນ.




ไม่มีความคิดเห็น:

แสดงความคิดเห็น