ສີນ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


30 พฤษภาคม 2563

ສີນ


ສີນ





         ສິນ (ບາລີ:ສີລ) ຄື ຂໍ້ປະຕິບັດຂັ້ນພື້ນຖານ ຂອງມວນມະນຸດ ໃນທາງພຣະພຸດທະສາສະນາ ເພື່ອຄວບຄຸມຄວາມປະພຶດທາງກາຍ ແລະ ວາຈາ ໃຫ້ຕັ້ງຢູ່ໃນຄວາມດີງາມ ມີຄວາມເປັນປົກກະຕິສຸກ ເພື່ອໃຫ້ເປັນຂໍ້ຫ້າມທີ່ໃຊ້ແກ້ບັນຫາຂັ້ນພື້ນຖານ 5 ບັນຫາຫຼັກ ເຊິ່ງເຮັດໃຫ້ເກີດຄວາມສະຫງົບສຸກ ແລະ ບໍ່ມີການບຽດບຽນເຊິ່ງກັນ ແລະ ກັນໃນສັງຄົມ.
         ປະໂຫຍດຂອງສິນໃນຂັ້ນພື້ນຖານ ຄື ເຮັດໃຫ້ກາຍ ວາຈາ ໃຈ ສະຫງົບບໍ່ບຽດບຽນຕົນເອງ ແລະ ຜູ້ອື່ນ ເຮັດໃຫ້ສາມາດທີ່ຈະທໍາໃຫ້ຈິດສະຫງົບໄດ້ງ່າຍ ໃນການທໍາສະມາທິ ໃນລະດັບຂອງບັນພຣະຊິດ ສີນຈະມີຈໍານວນຫຼາຍ ເພື່ອກໍາກັບໃຫ້ພຣະພິກຂຸສົງຄ໌ ສາມະເນນ ສາມາດຄອງຕົນໃນສະມະນະພາວະໄດ້ຢ່າງສົມບູນ ແລະ ເອື້ອຕໍ່ການປະພຶດພຣົມມະຈັນໃນຂັ້ນສູງຕໍ່ໄປໄດ້.
         ຄວາມໝາຍຂອງສີນນັ້ນແປໄດ້ຫຼາຍຄວາມໝາຍ ໂດຍສັບແປວ່າ ຄວາມປົກກະຕິກາຍ ວາຈາ ກ່າວຄື ຄວາມປົກກະຕິຕາມລະບຽບວິນັຍ, ປົກກະຕິມາລະຍາດທີ່ສະອາດປາສະຈາກໂທດ, ຂໍ້ປະຕິບັດໃນການເວັ້ນຈາກຄວາມຊົ່ວ, ຂໍ້ປະຕິບັດໃນການເຝິກຫັດກາຍວາຈາໃຫ້ດີຍິ່ງຂື້ນ, ຄວາມສຸຈະຣິດທາງກາຍວາຈາ ແລະ ອາຊີບ ແລະ ມັກໃຊ້ເປັນຄໍາເອີ້ນຢ່າງງ່າຍສໍາລັບຄໍາວ່າ: ອະທິສີນສິກຂາ ອັນໄດ້ແກ່ ຂໍ້ປະຕິບັດຂັ້ນຕົ້ນ ໃນການເຝິກຄົນໃນທາງພຣະພຸດທະສາສະນາອີກດ້ວຍ.

ລະດັບຂອງສິນໃນທາງພຣະພຸດທະສາສະນາ

         ສີລແບ່ງເປັນ 3 ລະດັບ ຄື ຈຸລະສີນ (ສີນຢ່າງນ້ອຍ) ໄດ້ແກ່ ຄະຫັດຖະສີນທັງ 2 ຄື ສີນ 5 ແລະ ອາຊີວັດຖະມະກະສີນ ມັດຊີມະສີນ (ສີນຢ່າງກາງ) ໄດ້ແກ່ ບັນພະຊາສີນທັງ 2 ຄື ໄດ້ແກ່ ອັດຖະສີນ ແລະ ທະສະສີນ (ສີນຢ່າງສູງ) ໄດ້ແກ່ ອຸປະສົມບົດທັງ 2 ຄື ພິກຂຸນີວິນັຍ ແລະ ພິກຂຸວິນັຍ.
1. ປັນຈະສີນ (ສີນ 5) ຫຼື ເອີ້ນວ່າ ນິຈຈະສີນ (ຄືຖືເນື່ອງນິຈ)
2. ອາຊີວັດຖະມະກະສີນ (ສີນກຸສົນກັມມະບົດ 10) ຫຼື ເອີ້ນວ່າ ອາທິພຣົມມະຈະຣິຍາສີນ (ຫຼື ເອີ້ນອີກຢ່າງໜຶ່ງວ່າ ນະວະສີນ)
3. ອັດຖະສີນ (ສີນ 8) ຫຼື ເອີ້ນວ່າ ອຸໂບສົດສີນ (ສີນອຸໂບສົດ)
4. ທະສະສີນ (ສີນ 10)
5. ພິກຂຸນີວິນັຍສີນ (ສີນ 311)
6. ພິກຂຸວິນັຍ (ສີນ 227)
          ລະດັບສີນທີ່ຕ່າງກັນ ເພາະລະດັບຂອງສັມມາອາຊີວະຕ່າງກັນ
ກ່າວຄື ລະດັບຂອງສີນ ຄືລະດັບຂອງຂັ້ນຂອງການໃຊ້ປັດໃຈບໍລິໂພກ ເທົ່າທີ່ຈໍາເປັນໃນການດໍາລົງຊີວິດ
1. ສີນ 5 ຄື ເສບໂດຍບໍ່ໄດ້ບຽດບຽນ
2. ອາຊີວັດຖະມະກະສີນ ສະແຫວງຫາຊັບຢ່າງບໍ່ເປັນເຫດໃຫ້ຜູ້ອື່ນເດືອດຮ້ອນຈາກການສະແຫວງຫາຊັບນັ້ນ
3. ອຸໂບສົດສີນ ຄື ການບໍ່ເສບກາມະຄຸນ ເພາະມະນຸດບໍ່ເສບກາມະຄຸນ ກໍບໍ່ເສຍຊີວິດເພາະອົດຕາຍ
4. ທະສະສີນ ຄື ການດໍາລົງຊີວິດ ຢ່າງນັກບວດແທ້ຈິງ ຄື ບໍ່ສະສົມລາບມີເງີນ ແລະ ທອງ ຄືດັ່ງຄາລະວາດ ແຕ່ດໍາລົງຊີວິດດ້ວຍການຂໍ ອັນເປັນເຫດໃຫ້ລະວັງການປະຕິບັດໃຫ້ດີ ໃຫ້ສົມກັບຊາວບ້ານໃຫ້
5. ພິກຂຸນີວິນັຍ ແລະ ພິກຂຸວິນັຍ ຄື ການດໍາລົງຊີວິດທີ່ປະຢັດ ເໝາະສົມ ຄຸ້ມຄ່າ ບໍ່ເດືອດຮ້ອນທາຍົກຜູ້ໃຫ້ ຮັກສາປັດໄຈທີ່ທາຍົກໃຫ້ແລ້ວ ພໍພຽງເທົ່າທີ່ມີ ມີລະບຽບທີ່ບໍ່ໜັກໃຈຜູ້ໃຫ້
6. ທຸດົງ ແມ່ນຈະບໍ່ຈັດເປັນສີນ ຫຼື ວິນັຍ ເພາະບໍ່ແມ່ນສິ່ງທີ່ພຣະພຸດທະອົງຊົງບັງຄັບໃຫ້ເຮັດ ແຕ່ກໍບໍ່ຊົງຫ້າມ ເພາະເປັນສິ່ງທີ່ປະຕິບັດໄດ້ຍາກ ແລະ ລໍາບາກ ຊົງສັນລະເສີນຜູ້ປະຕິບັດ ຈັດເປັນການຄວບຄຸມການໃຊ້ປັດໄຈຂອງບັນພຣະຊິດ.

 

ไม่มีความคิดเห็น:

แสดงความคิดเห็น