ສາມະເນນ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


30 พฤษภาคม 2563

ສາມະເນນ

ສາມະເນນ





        ສາມະເນນ ແລະ ສາມະເນຣີ ແປວ່າ: ເຫຼົ່າກໍຂອງສະມະນະ, ໜໍ່ເນື້ອຂອງສາມະນະ ໝາຍເຖິງ ນັກບວດຊາຍໃນພຣະພຸດທະສາສະນາທີ່ມີອາຍຸນ້ອຍ ຍັງບໍ່ໄດ້ຮັບອຸປະສົມບົດເປັນພຣະພິກຂຸ ຖ້າເປັນນັກບວດຍິງອາຍຸນ້ອຍເອີ້ນວ່າ: ສາມະເນນຣີ
       ຄໍາວ່າ ສາມະເນນ ສາມະເນຣີ ເປັນສັບສະເພາະໃນພຣະພຸດທະສາສະນາ ເປັນສັບບັນຍັດທີ່ໃຊ້ເອີ້ນນັກບວດໃນພຣະພຸດທະສາສະນາໂດຍສະເພາະ ບໍ່ສາທາລະນະທົ່ວໄປ
       ຜູ້ທີ່ຈະບວດເປັນສາມະເນນໄດ້ນັ້ນ ທາງພຣະວິນັຍກໍານົດອາຍຸຢ່າງຕໍ່າໄວ້ປະມານ 7 ປີ ເຊິ່ງພໍຊ່ວຍເຫຼືອຕົນເອງໄດ້ ພຣະວິນັຍບອກໄວ້ວ່າ ພໍຈະໄລ່ກາໄລ່ໄກ່ໄດ້ ສ່ວນສູງບໍ່ໄດ້ກໍານົດໄວ້ ຜູ້ມີອາຍຸບໍ່ເກີນ 20 ປີ ຈະບວດເປັນສາມະເນນຕະຫຼອດໄປ ບໍ່ສາມາດບວດເປັນພຣະພິກຂຸໄດ້.

ສີລຂອງສາມະເນນ

     ພຣະຜູ້ມີພຣະພາກຈຶ່ງຊົງບັນຍັດສິກຂາບົດ 10 ຂໍ້ ຂອງສາມະເນນຄື:

1. ເວັ້ນຈາກການຂ້າສັດ
2. ເວັ້ນຈາກການລັບຊັບ
3. ເວັ້ນຈາກການປະພຶດລ່ວງພຣົມມະຈັນ
4. ເວັ້ນຈາກການເວົ້າຕົ໋ວະ
5. ເວັ້ນຈາກການດືື່ມສຸຣາເມຣັຍ
6. ເວັ້ນຈາກການບໍລິໂພກອາຫານໃນເວລາວິການ
7. ເວັ້ນຈາກການຟ້ອນ ຂັບລໍາຮ້ອງເພລງ
8. ເວັ້ນຈາກການຕົກແຕ່ງປະດັບປະດາຮ່າງກາຍດ້ວຍດອກໄມ້ ເຄື່ອງທາ ເຄື່ອງຫອມ
9. ເວັ້ນຈາກທີ່ນັ່ງທີ່ນອນອັນສູງໃຫຍ່
10. ເວັ້ນຈາກການຮັບເງີນທອງ.



ไม่มีความคิดเห็น:

แสดงความคิดเห็น